ເຄມີອະນົງຄະທາດ
ບົດທີ່ 1
ອາຊິດກຼໍຮີດິກ HCL
I.ໂຄ້ງສ້າງຂອງອາຊິດກຼໍຮີດິກ Hcl ( hydiochloric aicd )
+ ສູດໂມເລກຸນ: ຂອງອາຊິດກຼໍຮີດິກ Hcl
+ ສູດໂຄງສ້າງທົ່ວໄປ: ຂອງອາຊິດກຼໍຮີດິກ H-Cl
+ ສູດໂຄງສ້າງແບບອີເລັກຣົງ: ຂອງອາຊິດກຼໍຮີດິກ H* 
+ ແຜນວາດການຈັດອີເລັກຣົງໃນອອກບີຕານຂອງອາຊິດກຼໍຮີດິກ Hcl
1H = 1S1  
17Cl = 1S2          2S2    2P6                    3S2 3P5
         
H: n = 1
    e- = 1
Cl: n = 3
    e- = 7
ພັນທະທີ່ເກີດຂື້ນລະຫວ່າງ ອາຊິດກຼໍຮີດິກ Hcl ແມ່ນພັນທະ ທີ່ເກີດຂື້ນຈາກການເຊື່ອມຕໍ່ຂອງອີເລັກຣົງຊັ້ນນອກສຸດທີ່ເຫລືອຢູ່ຂອງ H ແລະ Cl.
II.ຄຸນລັກສະນະທາງຟີຊິດຂອງອາຊິດກຼໍຮີດິກ Hcl
ອາຊິດກຼໍຮີດິກເປັນທາດທີ່ປະກອບຈາກອາຍຮິໂດແຊນ ແລະ ອາຍກຼໍ ແລ້ວເກີດເປັນທາດ Hcl ມີລັກສະນະເປັນທາດແຫຼວທີ່ບໍ່ມີສີ.ສຳພັດກັບອາກາດ ຫຼື ນ້ຳໄດ້ຈະເກີດມີຂ້ວນສີຂາວ ມີກີ່ນແສບດັງມີຄວາມໜາແໜ້ນເທົ່າກັບ 1.64g/l ເກີດເປັນອາຍຢູ່ອຸ່ນຫະພູມ 0 ຈຸດຫຼອມແຫຼວເທົ່າກັບ -114.2 ຈຸດຟົດຢູ່ອຸນຫະພູມ -85.1 ມີຄ່າຄົງທີ່ການແຕກຕົວຂອງອາຊິດ ka = 104.pka= 4
ເມື່ອໄຫ້ເຮົາຫາຍໃຈເຂົ້າໃປຈະເຮັດໄຫ້ເຮົາເຈັບຄໍ.ເປັນໄອ.ຖ້າສຳຜັດກັບຜິວໜັງຈະເຮັດໄຫ້ຜີວໜັງໄໝ້.ແຜເປື່ອຍ.ຖືກຕາອາດຈະເຮັດໄຫ້ຕາບອດ ການນຳໄຊ້ໃນບ່ອນທີ່ມີອາກາດຖ່າຍເທດີ ຫຼື ໄຊ້ໃນຕູ້ດູດຄວ້ນໂດຍໄຊ້ໜ້າກາກກັນແສງ
+ຄວາມແຕກຕ່າງລະຫວ່າງທາດອົງຄະທາດແລະ ທາດອະນົງຄະທາດຄື: ສັງເກດເບີງວ່າຖ້າມີ C ແລະ H ປະກອບຢູ່ຫຼາຍແມ່ນທາດອະນົງຄະທາດ.
+ທາດອະນົງຄະທາດເກີດຈາກສີ່ງທີ່ບໍ່ມີຊີວິດຄືກການລວມຕົວຂອງທາດອະນົງຄະທາດ.
+ອາຊິດທຸກໆຊະນິດສາມາດປ່ຽນສີເຈ້ຍລິຣມັຈາກສີຟ້າໄຫ້ກາຍ​​ເປັນສີແດງໄດ້.
+ເຈ້ຍສີລິ​​ມັສແມ່ນໄຊ້ຢາມຄວາມເປັນອາຊິດ ແລະ ບາເຊີ ຖ້າເປັນບາເຊີຈາກເຈ້ຍສີແດງຈະກາຍເປັຍສີແດງໄດ້.
III.ຄຸນລັກສະນະທາງເຄມີຂອງອາຊິດກຼໍຮີດິກHcl
ຖ້າຕ້ອງການຢາມທາດບາເຊີຕ້ອງໄຊ້ເຈ້ຍລິ​​ມັສຂອງອາຊິດເພື່ອຢາກຮູ້ວ່າມີການປ່ຽນແປງ ຫຼື ບໍ່ ເພາະຖ້າເຮົາໄຊ້ເຈ້ຍຂອງບາເຊີເອງມັນຈະບໍ່ເກີດການປ່ຽນແປງ.
ອາຊິດສາມາດເກີດປະຕິກິລິຍາກັບໂລຫະໄດ້: Cu.Zn.Fe.Pb.Al
EX: 2HCL (aq)+FE(S)                          FECL(S)+ H2(g)
-ອາຊິດປະຕິກິລິຍາກັບບາເຊີ(Bas)ຈະໄດ້ເກືອແລະນ້ຳ
HCL (aq)+NAOH (aq)                                  NACL+H2o 


ความคิดเห็น